ເພີ່ມທະວີຄຸນປະໂຫຍດ ດ້ວຍ ມໍເຕີແບບບໍ່ມີແປງຖ່ານ

ເພີ່ມທະວີຄຸນປະໂຫຍດ ດ້ວຍ ມໍເຕີແບບບໍ່ມີແປງຖ່ານ

ປະສິດທິພາບສູງສຸດ - ເວລາການໃຊ້ງານຍາວນານ

ເພື່ອໃຫ້ມໍເຕີຫມຸນ ແລະ ຂັບເຄື່ອນໄປຍັງອຸປະກອນ, ສະຫນາມແມ່ເຫຼັກຕ້ອງໄດ້ຖືກສ້າງຂຶ້ນ. ມໍເຕີໄຟຟ້າທົ່ວໄປ ໃຊ້ແປງຖ່ານເພື່ອປ່ຽນກະແສໄຟຟ້າສະຫນາມແມ່ເຫຼັກໄປເປັນພະລັງງານກົນຈັກແລ້ວເຮັດໃຫ້ມໍເຕີຫມຸນ.

 

ມໍເຕີແບບບໍ່ມີແປງຖ່ານ ຊ່ວຍກຳຈັດ ການຮຸກຖູ ແລະ ເຮັດໃຫ້ການຄວບຄຸມອຸປະກອນແນ່ນອນຍິ່ງຂຶ້ນ ໂດຍໃຊ້ສະຫມອງກົນ. ສິ່ງນັ້ນກໍຫມາຍເຖິງ ມໍເຕີຈະເຢັນຂຶ້ນໃນເວລາເຮັດວຽກ (ບໍ່ຮ້ອນຫຼາຍ), ປະສິດທິພາບຈະສູງຂຶ້ນ ແລະ ອາຍຸການໃຊ້ງານຂອງຜະລິດຕະພັນຈະຍາວນານຂຶ້ນ.

ກຳລັງຫລາຍຂຶ້ນ ແລະ ປະສິດທິພາບຫລາຍຂຶ້ນ

ມໍເຕີແບບບໍ່ມີແປງຖ່ານຊ່ວຍໃຫ້ການຫມຸນຮອບຕໍ່ນາທີ ໄວຂຶ້ນ ແລະ ມີແຮງບິດຫລາຍຂຶ້ນເມື່ອທຽບກັບມໍເຕີໄຟຟ້າທົ່ວໄປ, ມໍເຕີແບບບໍ່ມີແປງຖ່ານນີ້ ຈະທຳງານໄດ້ດີທີ່ສຸດເຊິ່ງສາມາດຮັບມືກັບຫນ້າວຽກທີ່ຍາກໄດ້.

ເວລາການໃຊ້ງານຍາວນານຂຶ້ນ

ເນື່ອງຈາກ ການອອກແບບທີ່ມີປະສິດທິພາບຂອງມໍເຕີເຊິ່ງ ມໍເຕີຈະເຢັນຂຶ້ນໃນເວລາທຳງານ (ບໍ່ຮ້ອນຫຼາຍ) ແລະ ການກະຈາຍພະລັງງານດີກວ່າ. ມໍເຕີແບບບໍ່ມີແປງຖ່ານຢູ່ໃນເຄື່ອງມືທີ່ບໍ່ມີສາຍ (ເຄື່ອງມືທີ່ໃຊ້ແບັດຕີຣີ່), ການສາກຄັ້ງຫນຶ່ງສາມາດໃຊ້ງານໄດ້ຍາວນານຂຶ້ນ.

ບໍ່ເສຍຄ່າບຳລຸງຮັກສາ ແລະ ເພີ່ມຊີວິດຊີວາ

ຍ້ອນແຮງຮຸກຖູຫຼຸດລົງ ແລະ ບໍ່ມີການຫລຸ້ຍຫ້ຽນຕາມອາຍຸການໃຊ້ງານ. ມໍເຕີແບບບໍ່ມີແປງຖ່ານຈະມີອາຍຸ

ການໃຊ້ງານເພີ່ມຂຶ້ນຫລາຍກວ່າມໍ້ເຕີແບບໃຊ້ແປງຖ່ານທຳມະດາຂອງເຈົ້າ. ນອກຈາກນີ້, ການທີ່ບໍ່ມີແປງຖ່ານຫມາຍຄວາມວ່າບໍ່ຈຳເປັນຕ້ອງປ່ຽນຖ່າຍອີກຕໍ່ໄປ.

ການອອກແບບທີ່ກະທັດຮັດ

ມໍເຕີຂະຫນາດທີ່ກະທັດຮັດຍິ່ງຂຶ້ນ ຫມາຍເຖິງການເກັບມ້ຽນທີ່ສະດວກຂຶ້ນ, ເຄື່ອງມືທີ່ນ້ອຍບາງນັ້ນ ງ່າຍຕໍ່ການຈັບ ແລະ ຄວບຄຸມເວລາໃຊ້ງານ. ການນຳໃຊ້ເຂົ້າໃນເຄື່ອງມືບໍ່ມີສາຍ (ໃຊ້ແບັດເຕີຣີ່) ເປັນສິ່ງທີ່ສົມບູນແບບທີ່ສຸດ.

 

CHECK OUT OUR BRUSHLESS RANGE

 

ເຄື່ອງມືແບບບໍ່ມີແປງຖ່ານຂອງພວກເຮົາ ເພີ່ມທາງເລືອກດ້ວຍ ການສວມໃສ່ໃຊ້ແບັດເຕີຣີ່ ເຊິ່ງສາມາດໃຊ້ປະໂຫຍດໃນແບບເທັກໂນໂລຊີມໍເຕີບໍ່ມີສາຍ.